ກອງປະຊຸມໃຫຍ່ສະມາຊີກພັກ ຂອງຄະນະພັກ ຮາກຖານທະນາຄານ ຜົ້ງສາລີ ຄັ້ງທີ I ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມຫັວງ ສຸວັນນະຄຳ ເລຂາຄະນະພັກຮາກຖານ ຄະນາຄານ ຜົ້ງສາລີ, ເປັນກຽດເຂົ້າຮ່ວມຂອງສະຫາຍ ວິສອນ ລາວເມົາ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ,
ຕອນເຊົ້າວັນຈັນ ທີ 28 ມີນາ 2022 ເວລາ 09 ໂມງ 40 ນາທີ ຢູ່ທີ່ຫ້ອງປະຊຸມໃຫ່ຍຊັ້ນ III ຫ້ອງການທະນາຄານນະໂຍບາຍ ສາຂາ ຫົວພັນ ໄດ້ເປີດປະຊຸມຮັບຟັງປາຖະກະຖາ ເຜີຍແຜ່ເອກະສານວັນສໍາຄັນຂອງຊາດ ຂື້ນ ຕາມໜັງສືແຈ້ງການແນະນໍາ ສະບັບເລກທີ 121/ຄອຂຫພ, ລົງວັນທີ 23 ມີນາ 2022 ພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນເຊີຍ ແກ້ວນາຕານ ເລຂາໜ່ວຍພັກ ຫົວໜ້າ ທະນາຄານນະໂຍບາຍ ສາຂາ ຫົວພັນ, ເຂົ້າຮ່ວມຮັບຟັງ ມີຄະນະສາຂາ, ຄະນະແຕ່ລະຂະແໜງການ, ຕາງໜ້າແຕ່ລະອົງການຈັດຈັ້ງ ຊາວໜຸ່ມ, ແມ່ຍິງ, ກຳມະບານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມລວມຄັ້ງນີ້:16 ທ່ານ, ຍິງ: 11 ທ່ານ.
ກອງປະຊຸມຮັບຟັງປາຖະກະຖາ ເອກະສານວັນສໍາຄັນຂອງຊາດຄັ້ງນີ້ ໂດຍແມ່ນສະຫາຍ ບຸນເຊີຍ ແກ້ວນາຕານ ເລຂາໜ່ວຍພັກ ຫົວໜ້າ ທະນາຄານນະໂຍບາຍ ສາຂາ ຫົວພັນ ເປັນຜູ້ໃຫ້ປາຖະກະຖາ ລວມມີ 2 ເອກະສານສໍາຄັນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ, ວັນລະນຶກນັກຮົບເສຍອົ່ງຄະ ແລະ ເສຍສະຫຼະຊິວິດເພື່ອປະເທດຊາດຄົບຮອບ 76 ປີ ລວມມີ 6 ເນື້ອໃນສໍາຄັນຄື: ຕົ້ນກຳເນີດພັກປະຊາຊົນ ປະຕິວັດລາວ, ຜົນສໍາເລັດແຫ່ງການນໍາພາ – ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 67 ປີ, ເສີ້ມຂະຫຍາຍມຸນເຊື້ອຂອງ ພັກປະຊາຊົນ ປະຕິວັດລາວ, ສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂື້ນຝະລັ່ງຂອງໜ່ວຍພັກເມືອງທ່າແຂກ, ເຫດການ-ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ແລະ ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປົກກັນຕົວເມືອງຂອງທ່າແຂກ, ທຸກເນື້ອໃນໄດ້ຍົກໃຫ້ເຫັນຄວາມອົງອາດກ້າຫານ ແລະ ຄວາມໝາຍຄວາມສໍາຄັນຂອງການຕໍ່ສູ້ອັນພິລະອາດຫານ ພາຍໃຕ້ການນໍາພາຂອງພັກ ແລະ ປະຊາຊົນລາວ ທີ່ເສຍສະຫຼະເລືອດເນື້ອເພື່ອຊາດ ທີ່ໄດ້ກາຍເປັນກະແສງຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງລາວເຮົາກ້າວໄປສູ້ການປົດປ່ອຍຊາດຢ່າງສົມບູນ.
ຕອນທ້າຍປາຖະກະຖາ ສະຫາຍ ໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍຕ້ອງເປັນແບບຢ່າງໃນການນໍາໜ້າ, ຊີ້ນໍາ-ນໍາພາ, ການກໍາແໜ້ນແນວທາງການປະຕິວັດແຫ່ງການຕໍ່ສູ້ ເພື່ອຍາດເອົາເອກະລາດດ້ວຍການເສຍສະຫຼະເລືອດເນື້ອ ເປັນທິດໃນການເສີ້ມຂະຫຍາຍເຂົ້າໃສ່ທຸກໜ້າທີ່ວຽກງານ ຂອງພະນັກງານລັດຖະກອນ ທຸກຄົນໃຫ້ມີຄວາມເຂັ້ມແຂ່ງກ້າວໜ້າສໍາເລັດຜົນ.
ການດໍາເນີນກອງປະຊຸມປາຖະກະຖາ ໄດ້ດໍາເນີນມາເປັນເວລາ 1 ຕອນ ແລະ ໄດ້ປິດລົງໃນເວລາ 10 ໂມງ 30 ນາທີ ຂອງວັນດຽວກັນ.