ໃນລະຫວ່າງວັນທີ 19 ເຖິງ 25 ກັນຍາ 2019 ນີ້ ທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອຳນວຍການ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ມອບເງິນຊ່ວຍເຫຼືອ ໄພນ້ຳຖ້ວມຢູ່ 02 ແຂວງພາກກາງມີ: ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ 04 ແຂວງພາກໃຕ້ປະກອບມີ: ແຂວງຈຳປາສັກ, ສາລະວັນ, ເຊກອງ
ອົງການຈັດຕັ້ງມະຫາຊົນ
ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ ຢ່າງສຸດໃຈ
ທະນາຄານ ນະໂຍບາຍ ໄດ້ສ້າງກິດຈະກຳເຕະບານ ລະຫວ່າງ ທີມນັກກິລາອາວຸໂສທີມຊາຍ ແລະ ທີມນັກກິລາສະຫະພັນແມ່ຍິງຮາກຖານ ທະນາາຄານ ນະໂຍບາຍ ຂື້ນໃນວັນທີ 18 ກໍລະກົດ 2019 ເຊິງບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຟົດຟື້ນ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ
ກອງປະຊຸມໃຫ່ຍ ໜ່ວຍສະຫະພັນແມ່ຍິງ ທະນາຄານນະໂຍບາຍ ສາຂາຫົວພັນ ຄັ້ງທີ I
ຂຽນຂ່າວໂດຍ : ຊົງລີ ຢາລື້ໄຊ ໃນຕອນເຊົ້າວັນພະຫັດ ວັນທີ 20 ມິຖຸນາ 2019 ເວລາ 08 ໂມງ 30 ນາທີ ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ III ຫ້ອງການ ທະນາຄານ ນະໂຍບາຍ ສາຂາຫົວພັນ ໄດ້ຈັດພິທີເປີດກອງປະຊຸມໃຫ່ຍ ໜ່ວຍສະຫະພັນແມ່ຍິງ ທະນາຄານ
ທນບ ສາຂາ ຈຳປາສັກ ໄດ້ຈັດພິທີ ຝຶກອົບຮົມວຽກງານກວດກາ ແລະ ສິນເຊື່ອ ປະຈຳປີ 2019
ໃນລະຫວ່າງວັນທີ 28 – 30 ພຶດສະພາ 2019 ທີ່ຫ້ອງປະຊຸມຊັ້ນ III ທະນາຄານນະໂຍບາຍ ສາຂາ ຈໍາປາສັກ ໄດ້ມີພິທີເປີດ ຝຶກອົບຮົມວຽກງານກວດກາ ແລະ ວຽກງານສິນເຊື່ອ ປະຈຳປີ 2019 ໂດຍເປັນປະທານ ຂອງທ່ານ ສີສຸພັນ ໂພໄຊສີ ຮອງຜູ້ອຳນວຍການ ທະນາຄານນະໂຍບາຍ ຜູ້ຊີ້ນໍາວຽກງານສິນເຊື່ອ ແລະ ທ່ານ ແສງເພັດ ດວງພິລາ
ກຳມະບານ ທນບ ປະກອບສ່ວນສະໜອງທຶນເປົ້າໝາຍພັດທະນາຂອງພັກ
ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະກຳມະບານຮາກຖານທະນາຄານນະໂຍບາຍ (ທນບ) ໄດ້ສໍາເລັດລົງວັນທີ 24 ພຶດສະພາ 2019 ພາຍໃຕ້ການເປັນປະ ທານຂອງສະຫາຍ ແສງຈັນ ແກ້ວສ່ອງແສງ ປະທານຄະນະກຳມະບານຮາກຖານ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ຂັນແກ້ວ ຫຼ້າມະນີເງົາ ກໍາມະການຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ), ປະທານສະຫະພັນ ກໍາມະບານ ທຫລ,
ກອງປະຊຸມໃຫຍ່ ຄັ້ງທີ່ I ຂອງກຳມະບານຮາກຖານ ທນບ ສາຂາຫົວພັນ
ວັນສຸກທີ 03 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມໃຫ່ຍຊັ້ນ III ຫ້ອງການ ທະນາຄານ ນະໂຍບາຍ ສາຂາຫົວພັນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ໜ່ວຍກຳມະບານຮາກຖານ ທນບ ສາຂາຫົວພັນຂື້ນໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 47/ສກຂ, ລົງວັນທີ 02 ເມສາ 2019 ແລະ ກົດໝາຍກຳມະບານສະບັບເລກທີ 39/ສພຊ, ລົງວັນທີ:
ກອງປະຊຸມໃຫ່ຍ ໜ່ວຍສະຫະພັນແມ່ຍິງ ທະນາຄານນະໂຍບາຍ ສາຂາຫຼວງພະບາງ ຄັ້ງທີ I
ໃນຕອນແລງເວລາ 13 : 00 ໂມງ ຂອງວັນທີ 10 ສິງຫາ (08) 2018 ທະນາຄານນະໂຍບາຍ ສາຂາຫຼວງພະບາງໄດ້ຈັດພິທີເປີດກອງປະຊຸມໃຫ່ຍ ໜ່ວຍສະຫະພັນແມ່ຍິງ ທະນາຄານນະໂຍບາຍ ສາຂາຫຼວງພະບາງ ຄັ້ງທີ I ຂື້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມຊັ້ນ III ຂອງທະນາຄານນະໂຍບາຍ ໂດຍພາຍໃຕ້ເປັນປະທານ ຂອງທ່ານ ນາງ
ທະນາຄານ ນະໂຍບາຍ ສາຂາ ຜົ້ງສາລີ ອອກແຮງງານ ປູກຕົ້ນໄມ້ສາມັກຄີ ເພື່ອຂຳນັບຮັບຕ້ອນ ວັນທີ 01 ມິຖຸນາ
ໃນວັນທີ 01 ມີຖຸນາ 2018 ວັນປູກຕົ້ນໄມ້ແຫ່ງຊາດ ທີ່ຜ່ານມາ ທີ່ທະນາຄານ ນະໂຍບາຍ ສາຂາ ຜົ້ງສາລີ ໄດ້ມີການອອກແຮງງານ ປູກຕົ້ນໄມ້ສາມັກຄີພາຍໃນ ຂອບເຂດ ທະນາຄານ ນະໂຍບາຍ ສາຂາ ຜົ້ງສາລີ ເພື່ອເຮັດໃຫ້ ຫ້ອງການ ທະນາຄານ ນະໂຍບາຍ ເປັນທະນາຄານ ສີຂຽວໃນອານາຄົດ, ໂດຍການນຳພາຂອງທ່ານ
ກອງປະຊູມຮັບຮອງ ໜ່ວຍສະຫະພັນແມ່ຍີງ ທະນາຄານ ນະໂຍບາຍ ສາຂາຫຼວງນ້ຳທາ ເປັນໜວ່ຍ 3 ດີ
ໃນຕອນແລງເວລາ 14:30 ນາທີ ຂອງວັນທີ 08 ມີຖຸນາ 2018 ໜວ່ຍສະຫະພັນແມ່ຍິງ ທະນາຄານ ນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ເປີດກອງປະຊຸມ ຮັບຮອງ ໜວ່ຍສະຫະພັນແມ່ຍີງ ທະນາຄານ ນະໂຍບາຍ ສາຂາຫຼວງນ້ຳທາ ເປັນໜວ່ຍ 3 ດີ ຄັ້ງວັນທີ 08 ມິຖຸນາ 2018









